ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ປິດການປັບປຸງລະບຽບແບບແຜນ, ລະບຽບການຕ່າງໆ ແລະ ລະບຽບການຮຽນ-ການສອນ


ວປກ ໄດ້ຈັດຕັ້ງສະຫຼຸບການຈັດຕັ້ງປະຕິບັດປັບປຸງລະບຽບແບບແຜນ, ລະບຽບການຕ່າງໆ ແລະ ລະບຽບການຮຽນ-ການສອນ ປະຈຳສົກຮຽນ 2023-2024

    ວັນທີ 22 ມີນາ 2024 ນີ້, ວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຈັດຕັ້ງສະຫຼຸບການຈັດຕັ້ງປະຕິບັດປັບປຸງລະບຽບ
ແບບແຜນ, ລະບຽບການຕ່າງໆ ແລະ ລະບຽບການຮຽນ-ການສອນ ປະຈຳສົກຮຽນ 2023-2024 ໂດຍການເປັນປະທານຂອງ ສະຫາຍ ພົນຕີ
ພັນແສງ ບຸນພັນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີ ສະຫາຍ ພົນຈັດຕະວາ ແກ້ວ
ສຸວັນ ອິນທະວົງສາ ຫົວໜ້າການທະຫານ ວປກ, ມີຄະນະພັກ-ຄະນະອໍານວຍການ, ຄະນະປັບປຸງລະບຽບແບບແຜນ, ອະນຸກໍາມະການ ແລະ ວິ
ຊາການ, ພະນັກງານ ຄູ-ອາຈານ ພ້ອມດ້ວຍນັກສຶກສາເຂົ້າຮ່ວມ.

     ສະຫາຍ ພັນເອກ ພົງສຸລິຍາ ເພັງຄູນ ຮອງຫົວໜ້າກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ ໄດ້ໃຫ້ຮູ້ວ່າ: ໂດຍປະຕິບັດຕາມແຜນການ
ປັບປຸງລະບຽບແບບແຜນ, ລະບຽບການຕ່າງໆ ແລະ ລະບຽບການຮຽນ-ການສອນ ແລະ ຂໍ້ຕົກລົງແຕ່ງຕັ້ງຄະນະຊີ້ນໍາ, ຄະນະກຳມະການປັບປຸງ
ລະບຽບຢູ່ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ອີງໃສ່ການປະສານງານລະຫວ່າງໜ່ວຍງານລົງປັບປຸງລະບຽບແບບແຜນຂອງ ກະ
ຊວງປ້ອງກັນປະເທດ ແລະ ໜ່ວຍງານປັບປຸງລະບຽບຂອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ອີງຕາມທິດຊີ້ນໍາຂອງຄະນະນໍາ ກະ
ຊວງປ້ອງກັນປະເທດເວົ້າລວມ, ເວົ້າສະເພາະແມ່ນຄະນະນໍາກົມໃຫຍ່ເສນາທິການກອງທັບ, ຜ່ານການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງໜ່ວຍ
ງານລົງປັບປຸງລະບຽບຂອງກະຊວງປ້ອງກັນປະເທດ ແລະ ໜ່ວຍງານປັບປຸງລະບຽບຂອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ເຖິງວ່າ
ໄລຍະເວລາຈະສັ້ນ, ໜ້າວຽກຈະຫຼາຍ ແຕ່ສອງໜ່ວຍງານກໍ່ພ້ອມກັນຜ່ານຜ່າເຮັດສໍາໜ້າທີ່ວຽກງານທີ່ຂັ້ນເທິງໄດ້ມອບໝາຍໃຫ້ ສາມາດສະຫຼຸບ
ຕີລາຄາໄດ້ດັ່ງນີ້: ຍ້ອນໄດ້ຮັບຄວາມເອົາໃຈໃສ່ຢ່າງໄກ້ຊິດຕິດແທດ ແລະ ໃຫ້ທິດຊີ້ນໍາຈາກຄະນະນໍາ ກະຊວງປ້ອງກັນປະເທດ, ຄະນະນຳກົມໃຫຍ່
ເສນາທິການກອງທັບ ເປັນປະຈຳ, ໄດ້ຮັບການຮ່ວມມືຢ່າງດີ ແລະ ໄດ້ອໍານວຍທຸກຄວາມສະດວກຈາກ ຄະນະພັກ-ຄະນະອໍານວຍການ, ໜ່ວຍງານ
ປັບປຸງລະບຽບຂອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ເປັນຢ່າງດີ ແລະ ໄດ້ພ້ອມກັນຈັດຕັ້ງປະຕິບັດຕາມ
ແຜນການ, ຕາມວາລະ ແລະ ເນື້ອໃນຢ່າງເປັນລະບົບຄົບຖ້ວນ, ປຶກສາຫາລື ຕົກລົງເຫັນດີເປັນເອກະພາບບັນດາເນື້ອໃນຕ່າງໆ, ບັນດາບັນຫາຕ່າງໆ
ແລະ ໄດ້ຂໍ້ສະຫຼຸບເປັນເອກະພາບກັນ, ມີຄວາມຮັບຜິດຊອບ, ຄວາມເອົາໃຈໃສ່ໄກ້ສິດຕິດແທດ ແລະ ນໍ້າໃຈເສຍສະຫຼະຂອງໜ່ວຍງານປັບປຸງ ລະ
ບຽບຂອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ແລະ ພ້ອມກັນປັບປຸງຕັ້ງແຕ່ມື້ເລີ່ມຕົ້ນ ຈົນຮອດມື້ສິ້ນສຸດ ແລະ ສໍາເລັດຜົນດ້ວຍດີ.

     ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ເນັ້ນໃຫ້ຄະນະພັັັັກ-ຄະນະອໍານວຍການ ເອົາໃຈໃສ່ຊີ້ນໍາ-ນໍາພາການຄົ້ນຄວ້າປັບປຸງໂຄງການ
ຫຼັກສູດການຮຽນ, ການສອນໃຫ້ແຕ່ລະເປົ້າໝາຍນັບທັງນິຕິກໍາ-ຂໍ້ມູນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດໃຫ້ອຸດົມສົມບູນ ແລະ ຫຼາກຫຼາຍ, ຄຸ້ມ
ຄອງທັບ-ລ້ຽງດູທັບຕິດພັນກັບການປັບປຸງລະບຽບແບບ ແຜນ, ວຽກງານອົບຮົມ-ຫັດແອບ ແລະ ເຝິກຝົນກໍາລັງແຮງກາຍໃຫ້ພະນັກງານ-ນັກຮົບ,
ຄຸ້ມຄອງປົກປັກຮັບສາ, ບົວລະບັດ-ສ້ອມແປງພື້ນຖານກໍ່ສ້າງໂຄງລ່າງໃຫ້ສະອາດຈົບງາມ, ພ້ອມນັ້ນກໍ່ຕ້ອງມີການພົວພັນກັບມະຫາວິທະຍາໄລທາງ
ພາກລັດ-ເອກະຊົນ ແລະ ບັນດາປະເທດເພື່ອນມິດຍຸດທະສາດ ກໍ່ຄືສາກົນໃຫ້ດີເພື່ອຍາດແຍ່ງເອົາບົດຮຽນປະສົບການ ແລະ ການສະໜັບສະໜູນ
ຊ່ວຍເຫຼືອຈາກເຂົາເຈົ້າມາພັດທະນາ ວປກ ໃຫ້ດີຂຶ້ນເລື້ອຍໆ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 25/03/2024